Civil Society Laos, all Lao CSOs in one place

ສະໝັກເປັນຄູ່ຮ່ວມງານໂຄງການ, ວຽກງານການສະໜັບສະໜູນດ້ານການມີວຽກເຮັດງານທໍາ (ESS)

Call for Proposal

Call For Proposal Information

Title
ສະໝັກເປັນຄູ່ຮ່ວມງານໂຄງການ, ວຽກງານການສະໜັບສະໜູນດ້ານການມີວຽກເຮັດງານທໍາ (ESS)
Description

ໂຄງການຝຶກອົບຮົມວິຊາຊີບ ແລະ ສະໜັບສະໜ ນການມີວຽກເຮັດງານທໍາ (VTESS) ມີເປົ້າໝາຍເລັັ່ງໃສ່ສະໜັບສະໜູນໄວໜູ່ມດ້ອຍໂອກາດທີີ່ຈົບປະຖົມແຕ່ບໍ່ຈົບມັດທະຍົມຕົົ້ນ ທີີ່ມີອາຍຸ 15-35 ປີ ເພື່ອເຂົົ້າຝຶກອົບຮົມວິຊາຊີບ ແລະ ການມີວຽກເຮັດງານທໍາໂດຍຜ່ານຂະບວນການໃຫ້ຄໍາປຶກສາຢ່າງເປັນລະບົບ ຫຼື ກັບຄືນສູ່ລະບົບການສຶກສາ. ສໍາລັບໄວໜຸ່ມທີີ່ເຂົົ້າຮູ່ວມໂຄງການນີ້ແມ່ນຕ້ອງໄດ້ຮັບການໃຫ້ຄໍາປຶກສາຕາມໄລຍະເວລາ ຂອງຂະບວນການໃຫ້ຄໍາປຶກສາ ເຊິີ່ງຈະໃຊ້ເວລາປະມານ 9 -12 ເດຶອນ.

ອົງການສະວິດຄອນແທັກ, ໂຄງການ VTESS ພວມຊອກຫາຄູ່ຮູ່ວມງານ ທີີ່ ສາມາດມອບໝາຍໃຫ້ພະນັກງານ ເຂົົ້າຮູ່ວມຝຶກອົບຮົມ ເພື່ອກາຍເປັນຜູ້ໃຫ້ຄໍາປຶກສາດ້ານການມີວຽກເຮັດງານທໍາ (Coach) ເພື່ອຈັດຕັົ້ງປະຕິບັດວຽກງານການສະໜັບສະໜູນດ້ານການມີວຽກເຮັດງານທໍາ, ໂດຍຄູ່ຮູ່ວມງານແມ່ນອົງການຈັດຕັົ້ງຕ່າງໆທີີ່ຢູ່ຂັ້ນແຂວງຄື : ແຂວງອຸດົມໄຊ, ໄຊຍະບູລີ, ຊຽງຂວາງ, ຄໍາມ່ວນ, ແລະ ແຂວງສາລະວັນ.

ການທີີ່ໄດ້ຄູ່ຮູ່ວມງານ ແລະ ຜູ້ໃຫ້ຄໍາປຶກທີີ່ມີຄຸນສົມບັດທີີ່ເໝາະສົມ ແມ່ນມີຄວາມສໍາຄັນຕໍ່ຜົນສໍາເລັດຂອງ ຂະບວນການໃຫ້ຄໍາປຶກສາ. ແຂວງເປົ້າໝາຍຂອງໂຄງການແມ່ນຕ້ອງການຜູ້ໃຫ້ຄໍາປຶກສາ 4-6 ທ່ານ ໃນປີ 2022. ຈໍານວນຜູ້ໃຫ້ຄໍາປຶກສາໃໝ່ຈໍານວນ 25 ທ່ານ ທີີ່ມາຈາກ 5 ແຂວງ ນັ້ນຜູ້ໃຫ້ຄໍາປຶກສາແຕູ່ລະທ່ານຈະເຮັດວຽກໃຫ້ຄໍາປຶກສາແກ່ກຸ່ມຊາວໜຸ່ມ 15 ຄົນ/ກຸ່ມ. ທາງໂຄງການແມ່ນໃຫ້ຄວາມສໍາຄັນຕໍ່ສິດສະເໝີພາບທາງດ້ານບົດບາດຍິງຊາຍ ແລະ ຊົນເຜົ່າໃນການເປັນຜູ້ໃຫ້ຄໍາປຶກສາປະຈໍາຢູ່ແຕ່ລະແຂວງ ເພື່ອໃຫ້ຄໍາປຶກສາກັບໄວໜຸ່ມຕາມຄວາມຕ້ອງການທີີ່ແຕກຕ່າງກັນເຊັັ່ນ: ຊົນເຜົັ່າ (ພາສາ) ແລະ ເພດ (ຊາຍ / ຍິງ). ການຝຶກອົບຮົມ ແກ່ໃຫ້ຜູ້ໃຫ້ຄໍາປຶກສາ ແມ່ນຈະດໍາເນີນຕາມ 8 ຂັ້ນຕອນ, ແຕູ່ລະຂັ້ນຕອນແມ່ນໃຊ້ເວລາ 5 ມຶ້. ພາຍຫຼັງຜູ້ໃຫ້ຄໍາປຶກສາ ໄດ້ຮັບການຝຶກສອນຈາກຊ່ຽວຊານຕາມແຕ່ລະຂັ້ນຕອນ ກ່ຽວຈະນໍາເອົາຄວາມຮູ້ດັັ່ງກ່າວໄປຜັນຂະຫຍາຍກັບກຸ່ມເປົ້າໝາຍຂອງຕົນທັນທີ.

  ໄລຍະເວລາຂອງສັນຍາ: 14 ເດຶອນ (ເດືອນສິງຫາ 2022 ຫາ ເດືອນ ກັນຍາ 2023) ແຂວງເປົ້າໝາຍຂອງໂຄງການ: ອຸດົມໄຊ, ຊຽງຂວາງ, ໄຊຍະບູລີ, ຄໍາມູ່ວນ, ແລະ ສາລະວັນ. ຜູ້ສົນໃຈສະໝັກຈະຕ້ອງມາຈາກດັັ່ງກ່າວ. ປິດຮັບສະໝັກ: 05 ມິຖຸນາ 2022     ການສົັ່ງແບບຟ້ອມສະໝັກ ສອງແບບຟອມສະໝັກ ທີີ່ແນບມານີ້, ສະບັບທີໜຶ່ງສໍາລັບອົງການຈັດຕັ້ງທີີ່ສົນໃຈສະໝັກເປັນຄູ່ຮູ່ວມງານ (ເອກະສານຊ້ອນທ້າຍ I) ແລະ ສະບັບທີສອງ ສໍາລັບຜູ້ສົນໃຈສະໝັກເປັນຜູ້ໃຫ້ຄໍາປຶກສາ (ເອກະສານຊ້ອນທ້າຍ II). i. ອົງການຈັດຕັ້ງທີີ່ມີເງື່ອນໄຂ ຫຼື ສົນໃຈເປັນຄູ່ຮູ່ວມງານຈະປະກອບແບບຟອມສໍາລັບອົງກອນ, ກະລຸນາກົດ (ເອກະສານຊ້ອນທ້າຍ I). ii. ອົງການຈັດຕັ້ງດັັ່ງກ່າວແມ່ນຈະແຈກຍາຍແບບຟອມໃຫ້ກັບພະນັກງານຜູ້ທີີ່ມີເງື່ອນໄຂ ແລະ ສົນໃຈໃນການເປັນຜູ້ ໃຫ້ຄໍາປຶກສາ ທີ່ສັງກັດຢູ່ອົງກອນຂອງຕົນ, ກະລຸນາກົດ (ເອກະສານຊ້ອນທ້າຍ II) – ອົງກອນທີີ່ຈະເປັນຄູ່ຮວມງານ ໂຄງການຕ້ອງມອບໝາຍພະນັກງານຂອງຕົນ ຫຼື ບຸກຄົນທີີ່ຈະມາເປັນຜູ້ໃຫ້ຄໍາປຶກສາຕ້ອງສາມາດຈັດສັນເວລາ ເພື່ອເຮັດວຽກກັບໂຄງການຢ່າງຕໍໍ່າ 50% ເວລາທັງໝົດຂອງຕົນເອງ. iii. ພະນັກງານທີີ່ມີຄວາມສົນໃຈສະໝັກເປັນຜູ້ໃຫ້ຄໍາປຶກສາຈະຕ້ອງປະກອບແບບຟອມຂອງໃຜລາວ ແລະ ແບບຟອມ ດຽວເທົ່ານັ້ນ. iv. ສອບຖາມຂໍ້ມູນເພີີ່ມເຕີມໄດ້ ທາງອີເມລ: recruitment.laos@swisscontact.org, ໂດຍລະບ ຫົວຂໍ້ “ຄໍາຖາມ CFP ESS”, ມື້ປິດຮັບຄໍາຖາມ ວັນທີ 31 ພຶດສະພາ 2022. v. ທັງສອງແບບຟອມແມູ່ນສົ່ງທາງອີເມວ: recruitment.laos@swisscontact.org, ໂດຍລະບ ຫົວຂໍ້ “CFP ESS” vi. ມື້ປິດຮັບສະໝັກ ເວລາ 16:00 ໂມງ (ເວລາໃນປະເທດລາວ), ວັນທີ 05 ມິຖຸນາ 2022.
ຊື່ອົງກອນ
Swiss Contact
Deadline
June 5, 2022
ຂະແໜງການ
Community Development, Education, Human Resources Development, Social Development
ຜູ້ທີ່ເໝາະສົມ

ເງື່ອນໄຂການສະໝັກຂອງອົງການຈັດຕັ້ງ ແລະ ໜ້າທີີ່ຈະເປັນຄູ່ຮູ່ວມງານ ແລະ ຜູ້ໃຫ້ຄໍາປຶກສາ:
1.1 ເງຶ່ອນໄຂສໍາລັບອົງການຈັດຕັ້ງ:

ກ. ມີຄວາມຮູ້ ແລະ ປະສົບການເຮັດວຽກກັບໄວໜູ່ມຜູ້ທີີ່ຢູ່ໃນກຸ່ມສູ່ຽງ
ຂ. ມີຄວາມຮູ້ ແລະ ປະສົບການດໍາເນີນກິດຈະກໍາໂຄງການ/ກິດຈະກໍາກ່ຽວກັບການຝຶກອົບຮົມວິຊີບ, ໃຫ້ການແນະນໍາດ້ານອາຊີບ ແລະ ຈັດຫາງານ;
ຄ. ມີສະຖານທີ່ໆເໝາະສົມ (ຫ້ອງປະຊຸມ ແລະ ຫ້ອງໃຫ້ຄໍາປຶກສາແກູ່ໄວໜູ່ມ) ທີີ່ສາມາດຈັດກິດຈະກໍາເປັນກຸ່ມໃນຈໍານວນ 20 ຄົນໄດ້.
ງ. ມີພະນັກງານທີີ່ມີເງື່ອນໄຂ ເພື່ອມອບໝາຍເປັນຜູ້ໃຫ້ຄໍາປຶກສາໃນອະນາຄົດ ແລະ ການຈັດຕັ້ງປະຕິບັດວົງຈອນການໃຫ້ຄໍາປຶກສາ.

 

1.2 ເງື່ອນໄຂສະໝັກສໍາລັບພະນັກງານທີີ່ເປັນຜູ້ໃຫ້ຄໍາປຶກສາ:

ກ) ມີອາຍຸລະຫວ່າງ 25 ຫາ 45 ປີ.
ຂ) ມິຄວາມຮູ້ ແລະ ປະສົບການຫຼາຍປີໃນການເຮັດວຽກກັບໄວໜຸ່ມ, ຄົນດ້ອຍໂອກາດ (ເຊັັ່ນ: ການສິດສອນ, ວຽກພັດທະນາໄວໜຸ່ມ, ການເຮັດວຽກກັບຊຸມຊົນ) ຫຼື ວຽກອາສາສະໝັກອື່ນໆ (ອາສາສະໝັກຊູ່ວຍເຫືອຊາວໜຸ່ມຂັ້ນບ້ານ ແລະ ສັງຄົມ, ຄູຝຶກດ້ານກິລາ, ແລະ ກິດຈະກໍາພັດທະນາການສຶກສາ).
ຄ) ມີປະສົບການປະສານງານກັບພາກທຸລະກິດ
ງ) ເປັນພະນັກງານວິຊາການ
ຈ) ສາມາດຈັດສັນເວລາໃຫ້ຄໍາປຶກສາແກ່ກຸ່ມເປົ້າໝາຍເຂົົ້າຮ່ວມວົງຈອນການໃຫ້ຄໍາປຶກສາ (ສໍາລັບການໃຫ້ຄໍາປຶກສາກັບໄວໜຸ່ມຢ່າງຕໍໍ່າ 2,5 ວັນ/ອາທິດ = 50%);
ສ) ສາມາດເຂົົ້າຮ່ວມຝຶກອົບຮົມການເປັນຜູ້ໃຫ້ຄໍາປຶກສາ (ຈໍານວນ 8 ຄັ້ງ x 5 ວັນ ລວມທັງໝົດ = 40 ວັນ).
ຊ) ເວົົ້າ ແລະ ຂຽນພາສາລາວໄດ້ຢ່າງຄ່ອງແຄວ, ສາມາດເວົົ້າພາສາຊົນເຜົ່າຢູ່ທ້ອງຖິີ່ນໄດ້ຍິ່ງເປັນການດີ.

ກິດຈະກຳ/ໂຄງການທີ່ເໝາະສົມ

ການຝຶກອົບຮົມສໍາລັບຜູ່ໃຫ້ຄໍາປຶກສາ ແລະ ໄວໝຸ່ມ

ການຝຶກອົບຮົມຄັ້ງທໍາອິດສໍາລັບຜ ້ໃຫ້ຄໍາປຶກສາແມ່ນຈະເລີີ່ມໃນເດືອນ ສິງຫາ 2022,
ການຈັດຕັ້ງປະຕິບັດວົງຈອນການໃຫ້ຄໍາປຶກສາແກູ່ຜູ້ເຂົ້າຮູ່ວມວົງຈອນຄັ້ງທໍາອິດຈະເລີ່ມຕົ້ນໃນຕົ້ນເດືອນ ທັນວາ ປີ 2022 ແລະ ຈະສິ້ນສຸດວົງຈອນການໃຫ້ຄໍາປຶກສາພາຍໃນທ້າຍເດືອນ ສິງຫາ ປີ 2023.

ຈຳນວນທຶນ
ແຫລ່ງຂໍ້ມູນເພີ່ມເຕີມ
ຊື່ຜູ້ຕິດຕໍ່
recruitment.laos@swisscontact.org
ເບີຕິດຕໍ່
ທີ່ຢູ່ອີເມລ໌
ຄັດຕິດເອກະສານ