Civil Society Laos, all Lao CSOs in one place

ສະມາຄົມເພື່ອສຸຂະພາບ (ສພພ)

Business

ສະມາຄົມເພື່ອສຸຂະພາບ (ສພພ)

ປະເພດອົງກອນ ສະມາຄົມບໍ່ຫວັງຜົນກໍາໄລ
ປີສ້າງຕັ້ງ 2000
ຂອບເຂດການເຄື່ອນໄຫວ ຄຳມ່ວນ, ຈຳປາສັກ, ນະຄອນຫລວງວຽງຈັນ, ບໍລິຄຳໄຊ, ບໍ່ແກ້ວ, ສະຫວັນນະເຂດ, ສາລະວັນ, ຫລວງພະບາງ
————–
ວິໄສທັດ

: ຊຸມຊົນທີ່ມີຄວາມສ່ຽງໃດ້ຮັບຜົນກະທົບ, ແລະ ຜູ້ທີ່ອາໃສຢູ່ກັບເຊື້ອພະຍາດມີ
ຄວາມສາມາດເຂົ້າເຖິງການບໍລິການດ້ານສຸຂະພາບ ແລະ ດ້ານສັງຄົມທີ່ມີຄຸນນະພາບຢ່າງທົ່ວເຖິງ
ເທົ່າທຽມ ແລະ ສາມາດສະແດງອອກທາງດ້ານບົດບາດຍີງ-ຊາຍ, ບົດບາດທາງເພດ ແລະ ບັນຫາ
ອື່ນໆ ທີ່ເປັນອຸປະສັກໃນການເຂົ້າເຖີງການບໍລີການ ຂອງພວກເຂົາ ເພື່ອບັນລຸເປົ້າຫນາຍການພັດ
ທະນາແບບຍືນຍົງໃນທຸກໆດ້ານທີ່ຊຸມຊົນປາດຖະຫນາລວມທັງ, ສິດທິຂັ້ນພື້ນຖານ ແລະ
ຄວາມຢູ່ ດີກີນດີຂອງຊຸມຊົນ.

ເປົ້າໝາຍຫລັກ

ພວກເຮົາເຮັດວຽກ ເພື່ອສ້າງຄວາມເຂັ້ມແຂງດ້ານວຽກງານຂໍການສະຫນັບສະ
ຫນູນດ້ານນະໂຍບາຍໂດຍຊຸມ ແລະ ສົ່ງເສີມລະບົບຂອງຊຸມຊົນ ເປັນຜູ້ນໍາໃນການໃຫ້ບໍລິການ
ເພື່ອນຳໄປສູ່ຄວາມຍືນຍົງທີ່ມີປະສິດທິຜົນ ແລະ ຕອບສະຫນອງນະໂຍບາຍການປົກຄຸມການບໍ
ລິການສຸຂະພາບຢ່າງທົ່ວຫນ້າ ສໍາລັບຊຸມຊົນທີ່ໄດ້ຮັບຜົນກະທົບ, ລວມທັງຄວາມຮັບຜິດຊອບ
ແລະ ເປັນເຈົ້າການດ້ານສຸຂະພາບ, ໂພຊະນາການ, ສິດທິຂັ້ນພື້ນຖານ, ບົດບາດຍີງຊາຍ ແລະ ບົດ
ບາດທາງເພດ.

ຂະແໜງການ ສາທາລະນະສຸກ
ກຸ່ມເປົ້າໝາຍ

ກຸ່ມທີ່ໄດ້ຮັບຜົນກະທົບ ແລະ ກຸ່ມສ່ຽງ ລວມທັງ: ກຸ່ມສາວບໍລິການ, ຜູ້ໃຊ້
ສານເສບຕິດ, ຊາຍທີ່ມີເພດສໍາພັນກັບຊາຍ, ກຸ່ມທີ່ເຂົ້າເຖີງຍາກ ລວມທັງ, ແຮງງານເຄື່ອນຍ້າຍ.
ຄົນເຂົ້າປ່າ, ຊົນເຜົ່າ ແລະ ຜູ້ອາໃຢູ່ກັບເຊື້ອພະຍາດລວມທັງ, ເຮສໄອວີ/ພະຍາດເອດ, ພະຍາດ
ວັນນະໂລກ ແລະ ໄຂ້ມາລາເລຍ.

————–
ອຳນວຍການ

ທ່ານວຽງອາຄອນ ສຸລິໂຍ ໂທ: 020 5519 9909
ອີເມວ: souriyo@laopha.org

ຜູ້ປະສານງານຫລັກ

ທ່ານວຽງອາຄອນ ສຸລິໂຍ ໂທ: 020 5519 9909
ອີເມວ: souriyo@laopha.org

ຫ້ອງການ

ບ້ານໜອງບອນ, ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ
ໂທລະສັບ: 021 414812; ແຟກ: 021 262180, ອີເມວ: laopha.association@gmail.com
ເຟສບຸກ: Lao Positive Health Association