Civil Society Laos, all Lao CSOs in one place

ສະມາຄົມຕະກຽງລາວ (ສຕລ)

Business

ສະມາຄົມຕະກຽງລາວ (ສຕລ)

ປະເພດອົງກອນ ສະມາຄົມບໍ່ຫວັງຜົນກຳໄລ
ປີສ້າງຕັ້ງ 2007
ຂອບເຂດການເຄື່ອນໄຫວ ຜົ້ງສາລີ, ສາລະວັນ, ອັດຕະປື, ເຊກອງ
————–
ວິໄສທັດ

ສ້າງຄວາມເຂັ້ມແຂງໃຫ້ຊຸມຊົນແບບມີລະບົບ, ມີຄວາມພ້ອມ ຮອບດ້ານ ແລະ
ກາຍເປັນຄູ່ຮ່ວມພັດທະນາ ເພື່ອການປ່ຽນແປງຊີວິດ ຊຸມຊົນໃຫ້ດີຂື້ນ ແລະ ມີຄວາມພ້ອມເພື່ອກ
ານຊ່ວຍເຫຼືອຄົນອື່ນ.

ເປົ້າໝາຍຫລັກ

ເປົ້າໝາຍຫລັກຂອງພວກເຮົາແມ່ນຮາກຖານໃນການເຮັດວຽກງານເພື່ອ
ຂໍການສະໜັບສະໜູນ ແລະ ການມີສ່ວນຮ່ວມຢ່າງຕັ້ງຫນ້າຂອງຊຸມຊົນໃນການ ສົ່ງເສີມສິ
ດທີຜົນປະໂຫຍດອັນຊອບທໍາຂອງຊຸມຊົນ ແລະ ການປັບ ປຸງທາງດ້ານບົດບາດຍິງ - ຊາຍ,
ລວມທັງການແກ້ໄຂບັນດາສາ ເຫດຫລັກຂອງຄວາມທຸກຍາກ ແລະ ຄວາມບໍ່ຍຸດຕິທຳໃນຊຸມຊົນ.

ຂະແໜງການ ກົດໝາຍ, ບົດບາດຍິງຊາຍ, ປົກປ້ອງສັງຄົມ, ພັດທະນາຊຸມຊົນ
ກຸ່ມເປົ້າໝາຍ

ແມ່ຍີງຊົນເຜົ່າ ລວມທັງເດັກນ້ອຍ, ໄວຫນຸ່ມ ແລະ ຜູ້ສູງອາຍຸ,
ແມ່ຍີງຊົນນະບົດທີ່ມາອາໃສຢູ່ຕົວ ເມືອງໂດຍສະພາະແຮງງານຍີງທີ່ເຄື່ອນຍ້າຍໃນຂົງການພັດທະ
ນາເຂດໂຮງງານອຸດສາຫະກໍາ ແລະ ເດັກຍີງທີ່ຖືກເຄາະຮ້າຍຈາກການຄ້າມະນຸດ, ຄອບຄົວ ແລະ
ຊຸມຊົນ

————–
ອຳນວຍການ

ດາລາພອນ ບຸນສະຫວັນ, ຮັກສາການ ອໍານວຍການ
ໂທ: 020 5622 6224 ອີເມວ: Takienglao@gmail.com;

ຜູ້ປະສານງານຫລັກ

ດາລາພອນ ບຸນສະຫວັນ, ຮັກສາການ ອໍານວຍການ
ໂທ: 020 5622 6224 ອີເມວ: Takienglao@gmail.com;

ຫ້ອງການ

ບ້ານໜອງບອນ, ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ