Civil Society Laos, all Lao CSOs in one place

ພູມໃຈທີ່ເປັນເຮົາ (ພຈຮ)

Business

ພູມໃຈທີ່ເປັນເຮົາ (ພຈຮ)

ປະເພດອົງກອນ ສະມາຄົມບໍ່ຫວັງຜົນກຳໄລ
ປີສ້າງຕັ້ງ 2012
ຂອບເຂດການເຄື່ອນໄຫວ ນະຄອນຫລວງວຽງຈັນ
————–
ວິໄສທັດ

ສັງຄົມມີການຍອມຮັບ ແລະ ມີຄວາມສະເໝີພາບໂດຍສົ່ງເສີມຄວາມຫຼາກຫຼາຍ ແລະ
ການມີສ່ວນຮ່ວມໃນ ສ.ປ.ປ.ລ.

ເປົ້າໝາຍຫລັກ

1. ຢາກໃຫ້ຊາວໜຸ່ມທີ່ມີຄວາມຫລາກຫລາຍໄດ້ມີການປະກອບສ່ວນໃນພາລະ
ກິດວຽກງານການພັດທະນາສ້າງສາປະເທດຊາດ ແລະ ເປັນຕົວແທນໃຫ້ຄົນຫຼາກລາຍທາງເພດ ໃນ
ສ.ປ.ປ.ລາວ ທີ່ເຮັດວຽກຮ່ວມກັນກັບລັດຖະບານ ໃນການແກ້ໄຂບັນຫາທີ່ກ່ຽວຂ້ອງກັບກຸ່ມຊຸມ
ຊົນນີ້; 2. ໂຄສະນາເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບກຸ່ມຄົນຫຼາກຫຼາຍທາງເພດໃຫ້ສັງຄົມມີການ
ຍອມຮັບ ແລະ ເຂົ້າໃຈເພື່ອບໍ່ໃຫ້ມີການຈຳແນກ ແລະ ໃຫ້ເຂົາເຈົ້າໄດ້ເຂົ້າເຖິງການບໍລິການຕ່າງໆ
ຂອງສັງຄົມສະດວກຂຶ້ນ; 3. ເຮັດໃຫ້ກຸ່ມໄວໜຸ່ມຫຼາກຫຼາຍໄດ້ຮັບໂອກາດຢ່າງສະເໝີພາບ ໂດຍບໍ່
ຖືກຈຳແນກ ແລະ ເລືອກປະຕິບັດຈາກສັງຄົມ ແລະ ມີເວທີໃນການປະກອບສ່ວນພັດທະນາບ້ານ
ເມືອງ.

ຂະແໜງການ ການສຶກສາ, ການສ້າງຂີດຄວາມສາມາດ, ກົດໝາຍ, ປົກປ້ອງສັງຄົມ, ສາທາລະນະສຸກ
ກຸ່ມເປົ້າໝາຍ

ກຸ່ມຄົນຫຼາກຫຼາຍທາງເພດ

————–
ອຳນວຍການ

ອານັນ ບົວພາ ອີເມວ: Proudtobeus.laos@gmail.com

ຜູ້ປະສານງານຫລັກ

po.proudtobeuslaos@gmail.com, jpc.proudtobeuslaos@gmail.com.

ຫ້ອງການ

ບ້ານ ບຶງຂະຫຍອງ, ເມືອງ ສີສັດຕະນາກ, ນະຄອນຫຼວງວຽງຈັນ,
ອີເມວ: Proudtobeus.laos@gmail.com ເຟສບຸກ: proudtobeuslaos