Civil Society Laos, all Lao CSOs in one place

ສະມາຄົມພັດທະນາຊຸມຊົນແຂວງສະຫວັນນະເຂດ ຮ່ວມກັບພະແນກສຶກສາ ແລະ ກິລາແຂວງ ຈັດກອງປະຊຸມເເລກປ່ຽນວິຊາການກ່ຽວກັບ ‘‘ຄົ້ນຄວ້າຫາວິທີທາງທີ່ແທດເຫມະ ເພື່ອປັບປຸງການຮຽນອ່ອນຂອງເດັກ’’

ສະມາຄົມພັດທະນາຊຸມຊົນແຂວງສະຫວັນນະເຂດ ຮ່ວມກັບພະແນກສຶກສາ ແລະ ກິລາແຂວງ ຈັດກອງປະຊຸມເເລກປ່ຽນວິຊາການກ່ຽວກັບ ‘‘ຄົ້ນຄວ້າຫາວິທີທາງທີ່ແທດເຫມະ ເພື່ອປັບປຸງການຮຽນອ່ອນຂອງເດັກ’’

ໃນວັນທີ່ 12 ກຸມພາ 2021 ຜ່ານມາ ສະມາຄົມພັດທະນາຊຸມຊົນແຂວງສະຫວັນນະເຂດ ຮ່ວມກັບພະແນກສຶກສາ ແລະ ກິລາແຂວງ ຈັດກອງປະຊຸມເເລກປ່ຽນວິຊາການກ່ຽວກັບ ‘‘ຄົ້ນຄວ້າຫາວິທີທາງທີ່ແທດເຫມະ ເພື່ອປັບປຸງການຮຽນອ່ອນຂອງເດັກ’ ໂດຍການເປັນປະທານຂອງທ່ານກິຄຳ ຮອງຫົວຫນ້າພະແນກສຶກສາທິການ ແລະ ກິລາແຂວງ, ກອງປະຊຸມຄັ້ງນິ້ມີຜູ້ເຂົ້າຮ່ວມທັງໝົດ  60 ທ່ານ,​ຍິງ 32 ທ່ານ ເຊີ່ງມາຈາກພາກສ່ວນຕ່າງສະມາຄົມ ພາຍໃນແຂວງ,​ແລະແຂວງໃກ້ຄຽງ, ໂຮງຮຽນເອກກະຊົນ, ອົງການຈັດຕັ້ງທາງສັງຄົມ,​ພາກສ່ວນລັດທີ່ມາຈາກຂັ້ນເມືອງ ແລະຂັ້ນແຂວງ, ຄະນະພັດທະນາສຶກສາຂັ້ນບ້ານ,​ຄູ,​ພໍ່ແມ່ນັກຮຽນ ແລະປະຊາຊົນ ທີ່ມີສ່ວນຮ່ວມໃນການພັດທະນາປັບປຸງວຽກງານການສຶກສາ ແລະໂພຊະນາການ.

ກອງປະຊຸມໄດ້ມີການແລກປ່ຽນຖອນຖອນບົດຮຽນປະສົບການຕ່າງໆ,ຄວາມຍືນຍົງໂຄງການ,​ ບັນຫາ ແລະສາເຫດນັກຮຽນຮຽນອ່ອນ ເພື່ອຊອກຫາວິທີທາງທີ່ແທດເຫມາະໃນການແກ້ໄຂຮ່ວມກັນ,ກອງປະຊຸມໄດ້ແບ່ງກຸ່ມສົນທະນາ ຍົກບັນຫາແມ່ນຫຍັງທີ່ເປັນສາເຫດເຮັດໃຫ້ຄຸນນະພາບການສຶກສາ ແລະໂພຊະນາການຕໍ່າ ຜ່ານການສົນທະນາເຫັນວ່າ ຄູຍັງຂາດທັກສະພາວະຜູ້ນຳ, ທັກສະການຄຸ້ມຄອງບໍລິຫານ, ທັກສະການສົ່ງຄວາມຮູ້,​ ຄູຂາດແຮງຈູງໃຈ ແລະຄວາມກະຕືລືລົ້ນ,​ຄູບໍ່ໃສ່ໃຈໃນການຜັນຂະຫຍາຍ ແລະຕໍ່ຍອດການສົ່ງຫມອບຄວາມຮູ້ຕໍ່ກັບການສຶກສາຮຽນຮ່ວມ, ງົບປະມານ, ຄົນ,​ອຸປະກອນ,​ສະພາບແວດລ້ອມ,​ຫລືແມ່ນ ຄູຫລືບໍ່ພໍ່,​ສອນຫ້ອງຄວບ,​ເດັກບໍ່ໄດ້ຜ່ານປໍກຽມ,​ເມື່ອເດັກຂື້ນປະຖົມ ແລ້ວຍັງອ່ານບໍ່ໄດ້.