Civil Society Laos, all Lao CSOs in one place

ຂໍ້ມູນພື້ນຖານຂອງການເຕີບໂຕຢ່າງເທົ່າທຽມກັນ

ໃນເບື້ອງຕົ້ນ, ລະບົບຂໍ້ມູນແລະຄວາມຮູ້ ແມ່ນໄດ້ຮັບການລິເລີ່ມໂດຍການ ຮ່ວມມືກັນຂອງອົງການຈັດຕັ້ງສາກົນ ທີ່ບໍ່ສັງກັດລັດ, ແລະ ສະມາຄົມທີ່ບໍ່ຫວັງຜົນກຳໄລ ໂດຍການຊ່ວຍເຫຼືອດ້ານການເງິນຮ່ວມກັນ ຂອງອົງການສະວີດເພື່ອການພັດທະນາ (SDC) ພັດທະນາກອບການ ເຮັດວຽກຮ່ວມກັນ ໃນການສ້າງຂີດຄວາມສາມາດ ໃຫ້ແກ່ບັນດາອົງກອນຕ່າງໆຢູ່ໃນປະເທດລາວ ເພື່ອແນໃສ່ສ້າງຄວາມເຂັ້ມແຂງໃຫ້ແກ່ ອົງການຈັດຕັ້ງທາງສັງຄົມ ຢູ່ໃນຂັ້ນທ້ອງຖິ່ນ ເພື່ອໃຫ້ກາຍເປັນຄູ່ຮ່ວມມືພັດທະນາທີ່ມີປະສິດທິຜົນ. ກອບການດຳເນີນວຽກງານ ທີ່ນຳໄປປະຕິ ບັດນັ້ນ ໄດ້ຮັບການພັດທະນາບົນພື້ນຖານວາລະການຊ່ວຍເຫຼືອ ຢ່າງມີປະສິດທິຜົນ.

I. ລະບົບຂໍ້ມູນຄວາມຮູ້ນີ້ບໍ່ແມ່ນຂອງອົງກອນຫຼືຂອງບຸກຄົນໃດໜຶ່ງ.ມັນແມ່ນເວັບໄຊ໋ເປີດສຳຫຼັບການແບ່ງປັນ
ຂໍ້ມູນແລະ ຄວາມ ຮູ້ສຳຫຼັບອົງການຈັດຕັ້ງທາງສັງຄົມແລະພາກສ່ວນທີ່ກ່ຽວຂ້ອງເຊິ່ງລວມທັງ ສະມາຄົມທີ່ບໍ່ຫວັງຜົນກຳໄລ, ອົງກອນຊຸມຊົນ ແລະ ຊາວກະສິກອນ ແລະ ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດ, ຄູ່ຮວມມືພັດທະນາ, ພາກສ່ວນເອກະຊົນ ແລະ ບຸກຄົນທີ່ສົນໃຈທົ່ວໄປ.

II. ຜູ້ນຳໃຊ້ລະບົບນີ້ສາມາດເອົາເອກະສານຂື້ນໃນລະບົບ, ແລກປ່ຽນ ແລະ ເຂົ້າເຖິງຂໍ້ມູນກ່ຽວກັບໂອກາດການສ້າງຂີດຄວາມສາມາດ, ອຸປະກອນຕ່າງໆ, ບົດຮຽນ, ວຽກງານ ແລະ ການໂຄສະນາກິດຈະກໍາຕ່າງໆ, ນອກຈາກນັ້ນແລ້ວ, ຜູ້ຊົມໃຊ້ລະບົບຍັງສາມາດສະໝັກເຂົ້າຮ່ວມກິດຈະກຳການສ້າງຂີດຄວາມສາມາດຜ່ານລະບົບນີ້ໄດ້ອີກ.

III. ການຄໍ້າປະກັນດ້ານຄຸນະພາບແມ່ນໄດ້ຮັບການປະເມີນຈາກຜູ້ໃຫ້ບໍລິການແລະຜູ້ໃຫ້ບໍລິການ ແລະ ການສຳຫຼວດຄວາມເພິ່ງພໍໃຈຂອງລະບົບຂໍ້ມູນຂ່າວສານນີ້.

ປະເທດລາວ ໄດ້ຖືກຈັດອັນດັບ ເປັນປະເທດ ທີ່ມີລາຍຮັບ ຕ່ຳຫາປານກາງໂດຍທະນາ ຄານໂລກ, ເຊິ່ງບົ່ງ ບອກວ່າ ມີບາດກ້າວ ໃນການ ທີ່ຈະຫຼຸດ ພົ້ນອອກ ຈາກລາຍ ຊື່ປະເທດ ດ້ອຍພັດ ທະນາໃນປິ 2020. ເພື່ອບັນລຸ ເປົ້າໝາຍ ດັ່ງກ່າວ, ລັດຖະບານ ໄດ້ປະຕິ ບັດແຜນງານ ບຣັສເຊວ ກ່ຽວກັບ ປະເທດດ້ອຍ ພັດທະນາ ແລະຮັບຮອງ ເອົາແຜນ ພັດທະນາ ເສດຖະກິດ ສັງຄົມແຫ່ງຊາດ ແລະຍຸດ ທະສາດ ຈະເລີນເຕີບ ໂຕແລະ ຫຼຸດຜ່ອນ ຄວາມທຸກຍາກ ແຫ່ງຊາດເຊິ່ງ ຖືເອົາກອບ ການເຕີບ ໂຕແບບ ເທົ່າທຽມ. ການເພີ່ມ ຂື້ນຂອງ ການລົງທຶນ, ການຫັນ ເປັນສິນຄ້າ ຂອງຜົນຜະລິດ ດ້ານກະສິກຳ, ການຂົນສົ່ງ ແລະການ ພັດທະນາ ດ້ານພື້ນຖານ ໂຄງລ່າງ ໄດ້ເພີ້ມຂື້ນ, ເຖິງຢ່າງ ໃດກໍ່ຕາມ, ຊ່ອງຫວ່າງ ໃນການຫຼຸດ ຜ່ອນຄວາມທຸກ ຍາກຍັງ ມີໃຫ້ເຫັນຢູ່.

ສ່ວນໜຶ່ງ ຂອງຄວາມມຸ້ງ ໝັ້ນໃນການ ຫຼຸດຜ່ອນ ຄວາມທຸກຍາກ ລັດຖະບານ ສປປລາວ ແລະ ຄູ່ຮ່ວມມື ພັດທະນາໄດ້ ພາກັນລົງນາມ ຖະແຫຼງ ການວຽງຈັນ,  2005 ກ່ຽວ ກັບປະສິດ ທິຜົນຂອງ ການຊ່ວຍເຫຼືອ, ລັດຖະ ບານແຫ່ງ ສປປ ລາວ ຮັບຮູ້ເຖິງ ຄວາມຈຳ ເປັນໃນການ ຮັບປະກັນ ວ່າປະສິດທິ ຜົນຂອງການ ຊ່ວຍເຫຼືອນັ້ນ ກໍ່ປຽບດັ້ງ ປະສິດທິຜົນ ຂອງການ ພັດທະນາ.
ນອກຈາກນັ້ນແລ້ວ, ລັດຖະບານສປປລາວ ສະແດງຄວາມ ເອົາໃຈໃສ່ຕໍ່ກັບ ຮ່ວມກັບ ວາລະການຊ່ວຍ ເຫຼືອຢ່າງມີປະສິດທິ ຜົນຂອງນາໆ ຊາດໂດຍ ການວາງ ແຜນໃຫ້ມີ ການເຊື່ອມ ໂຍງຫຼັກການ ທີ່ສຳຄັນ ຈາກວາລະອັກ ຄຣາໃນການ ປະຕິບັດເຂົ້າ ກັບຖະ ແຫຼງການ ວຽງຈັນ ແລະແຜນ ປະຕິບັດງານ ຂອງປະເທດເພື່ອ ຈະເຊື່ອມ ຕໍ່ຊ່ອງວ່າງ ຂອງການຊ່ວຍ ເຫຼືອຢ່າງມີປະສິດ ທິຜົນຂ້າງ ລຸ່ມນີ້ເຂົ້າຫາກັນ.
ການຄາດ ຄະເນຂອງ ການຊ່ວຍ ເຫຼືອ, ການຊ່ວຍເຫຼືອແບບ ມີເງື່ອນໄຂ, ການເພີ່ມຂື້ນຂອງຜູ້ ໃຫ້ການ ຊ່ວຍເຫຼືອ ໂດຍ ການເນັ້ນໃສ່ການ ຮ່ວມມືຂອງໂລກໃຕ້ ແລະ ການຫາ ທາງອອກ, ບົດບາດຂອງອົງການ ຈັດຕັ້ງທາງສັງຄົມແລະ ການເປັນເຈົ້າການຂອງ ປະຊາຊົນ ແລະລັດ.

ເພື່ອທີ່ ຈະສະໜັບ ສະໜູນເງື່ອນໄຂອັນສະດວກ ສຳລັບບັນດາສະມາຄົມ ຂັ້ນທ້ອງຖິ່ນໃນການ ມີສ່ວນຮ່ວມໃນການຫຼຸດຜ່ອນຄວາມທຸກຍາກ ແລະການຄຸ້ມຄອງ ໃຫ້ຫຼາຍຂື້ນ, ນາຍົກລັດ ຖະມົນຕີໄດ້ ອອກດຳລັດ (115/ນຍ) ກ່ຽວກັບ ສະມາຄົມ ໃນເດືອນເມສາປີ 2009 ເພື່ອເປັນການສົ່ງເສີມ ການມີສ່ວນຮ່ວມຂອງ ສະມາຄົມໃນການພັດທະນາ ເສດຖະກິດສັງຄົມ ແລະ ຫຼຸດຜ່ອນ ຄວາມທຸກຍາກ, ຕໍ່ຕ້ານແລະ ສະກັດກັ້ນກິດຈະກຳທີ່ມີຜົນ ກະທົບຕໍ່ຄວາມໝັ້ນ ຄົງຂອງຊາດ, ຄວາມເປັນລະບຽບຂອງ ສັງຄົມແລະ ສິດທິເສລີພາບ ຂອງບຸກຄົນ.